ພວຕແຂວງ ສະຫຼຸບຕີລາຄາການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2018 ແລະ ວາງທິດທາງແຜນການປີ 2019
ໃນວັນທີ 30 ພຶດສະພາ 2019 ນີ້ ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງເຊກອງ ໄດ້ຈັດກອງ ປະຊຸມກອງປະຊຸມສະຫຼຸບຕີລາຄາ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານວິທະຍາສາດ ແລະ ເຕັກໂນໂລຊີ
ປະຈໍາປີ 2018 ແລະ ວາງທິດທາງແຜນການປີ 2019ຂື້ນຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການ ແຂວງເຊກອງ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ເຫຼັກໄຫຼ ສີວິໄລ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ-ແຂວງ ເຊກອງ, ມີທ່ານ ສຸລະພົນ ໝື່ນວິເສດ ເລຂາໜ່ວຍພັກ, ຫົວໜ້າພະແນກ ວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ມີທ່ານເຈົ້າເມືອງ-ຮອງເຈົ້າເມືອງຫົວໜ້າພະແນກ, ຮອງພະແນກ, ກົມກອງອ້ອມຂ້າງ ແຂວງ, ລັດວິສະຫະກິດ, ຫົວໜ່ວຍທຸລະກິດອ້ອມຂ້າງແຂວງ ພ້ອມດ້ວຍຄະນະພັກ, ຄະນະພະແນກ ຕະຫຼອດຮອດພະນັກງານລັດຖະກອນພາຍໃນ ພວຕ ເຂົ້າຮ່ວມທັງໝົດ 46 ທ່ານ, ຍິງ 10 ທ່ານ.
ໃນໂອກາດດຽວກັນນີ້ ທ່ານວຽງໄຊ ວໍລະສິງ ຮອງຫົວໜ້າ ພວຕ ແຂວງເຊກອງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກວິທະຍາສາດ ແລະ ເຕັກໂນໂລຊີ ປະຈໍາປີ 2018ແລະ ການວາງທິດທາງແຜນການປີ 2019ຕໍ່ກອງປະຊຸມໃຫ້ຮັບຊາບ ເຊິ່ງມີເນື້ອໃນດັ່ງນີ້: ໃນໄລຍະໜຶ່ງປີຜ່ານມາພະນັກງານ-ລັດຖະກອນທຸກຄົນ ໄດ້ເອົາໃຈໃສ່ຕັ້ງໜ້າປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນຢ່າງຫ້າວຫັນໃນດ້ານວຽກງານວິຊາສະເພາະໃນປີ 2018 ຜ່ານມາຊຶ່ງມັນສະແດງອອກຄື: ໄດ້ລົງຊຸກຍູ້ຫ້ອງການ ວຕ ເມືອງດາກຈືງ ກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງສະມາຄົມກຸ່ມຜູ້ຜະລິດໂສມ ເພື່ອນໍາສະເໜີຈົດຖິ່ນກໍາເນີດ(GI) 5 ຄັ້ງ; ໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງລົງກວດກາ ແລະ ສະກັດກັ້ນການຜະລິດ-ຈໍາໜ່າຍສິນຄ້າລອກຮຽນແບບເຄື່ອງໝາຍການຄ້າໂທລະສັບຍີ່ຫໍ້ (VIVO) ຈໍານວນ 2 ຄັ້ງ; ລົງກວດສອບ, ສອບທຽບໝໍ້ແທກນ້ຳປະປາທີ່ນໍາເຂົ້າມາໃໝ່ ເພື່ອຢັ້ງຢືນຄວາມຊັດເຈນດ້ານການວັດແທກມີຈໍານວນທັງໝົດ 241 ໝ່ວຍ; ລົງກວດສອບ, ສອບທຽບ ແລະ ອອກໃບຢັ້ງຢືນຫົວຈ່າຍປໍ້ານໍ້າມັນເຊື້ອໄຟມີທັງໝົດ 22 ປໍ້າ 81 ຫົວຈ່າຍ, ໃນນີ້ມີ 3 ປໍ້າ 10 ຫົວຈ່າຍທີ່ປິດໃຊ້ບໍລິການຊົ່ວຄາວທຽບໃສ່ແຜນປີ ສາມາດປະຕິບັດໄດ້ 100%; ລົງກວດສອບ, ສອບທຽບ, ໝໍ້ແທກນໍ້າປະປາທີ່ຕິດຕັ້ງໃນສໍານັກງານລັດ ແລະ ຄົວເຮືອນທັງໝົດ 3.133 ໜ່ວຍ; ໝໍ້ນັບໄຟຟ້າ 3.776 ໜ່ວຍ, ສາມາດຢັ້ງຢືນມາດຕະຖານໝໍ້ນັບໄຟຟ້າ ແລະ ໝໍ້ແທກນໍ້າປະປາຈັດຕັ້ງປະຕິບັດຕົວຈິງໄດ້ 100%;ລົງຊຸກຍູ້ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ 4 ຕົວເມືອງຕິດຕາມກວດທຽບຊິງຊັ່ງຕາມຫ້າງຮ້ານ ແລະ ທ້ອງຕະຫຼາດໃນທົ່ງແຂວງ 5 ຄັ້ງ ມີຈໍານວນ 421 ໜ່ວຍ ແລະ ມີ 2 ໝ່ວຍທີ່ບໍ່ໄດ້ມາດຕະຖານ ແລະ ຫົວຈ່າຍນໍ້າມັນປໍ້າອິ້ວ ຕາມຮາກຖານບ້ານ 1 ຄັ່ງ ເທົ່າກັບ 7 ຫົວຈ່າຍ; ລົງກວດສອບ, ສອບທຽບ ແລະ ອອກໃບຢັ້ງຢືນຊິງຊັ່ງວັດຖຸມີຄ່າ (ຊິງຊັ່ງຄໍາ) 1ຄັ້ງ ຈໍານວນ 8 ໜ່ວຍໃນ 8 ຮ້ານ ເຫັນວ່າໄດ້ມາດຕະຖານ 100%; ລົງກວດກາ ແລະ ເກັບກໍາຂໍ້ມູນຊິງຊັ່ງນໍ້າໜັກຂະໜາດໃຫ່ຍ 120 ໂຕນມີຈໍານວນ 2 ໜ່ວຍ ແລະ 100 ໂຕນມີຈໍານວນ 1 ໜ່ວຍ;ຈັດຕັ້ງປະຕິບັດໂຄງການອະນຸລັກ ແລະ ຂະຫຍາຍພັນໝາກຈອງບານ ແລະ ໂຄງການຄົ້ນຄວ້າຊະນິດພັນພືດເປັນຢາ 10 ຊົນເຜົ່ານໍາໃຊ້; ສໍາເລັດການຈັດຕັ້ງປະຕິບັດການວິໄຈໂສມ ແລະ ທົດລອງຫຸ້ມຫໍ່ເປັນຜະລິດຕະພັນສິນຄ້າ; ສໍາເລັດການເກັບສັງລວມ ແລະ ເກັບກໍາຂໍ້ມູນສິນຄ້າ OTOP ຂອງແຕ່ລະເມືອງໃນທົ່ວແຂວງເຊກອງ; ສຳເລັດຈັດຝຶກອົບຮົມ ແລະ ພັດທະນາເວັບໄຊໃຫ້ບັນດາພະແນກການ ແລະ ເມືອງເປັນຕົ້ນ: ພະແນກສາທາລະນະສຸກແຂວງ, ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທຽວແຂວງ ແລະ ຫ້ອງວ່າການປົກຄອງເມືອງລະມາມ; ສໍາເລັດຈັດຝຶກອົບຮົມການນໍາໃຊ້ຂໍ້ມູນໃນລະບົບເນັດເວີກ Network, ຝຶກອົບຮົມການຂຽນຂ່າວ, ການສ້າງເຊີເວີ ແລະ ການສ້າງເວັບໄຊໃຫ້ພະນັກງານລັດຖະກອນພາຍໃນພະແນກ, ສໍາເລັດຈັດຝຶກອົບຮົມການຄຸ້ມຄອງນໍາໃຊ້ເຕັກໂນ ໂລຊີຄອມພິວເຕີ ໃຫ້ບັນດາຫ້ອງການອ້ອມຂ້າງເມືອງດາກຈຶງ; ສໍາເລັດຈັດຝຶກອົບຮົມຖ່າຍທອດການນໍາໃຊ້ຊອບແວຣຄຸ້ມຄອງເອກະສານໃຫ້ບັນດາພະແນກ ການອ້ອມຂ້າງແຂວງ ແລະ ເມືອງ; ຂຽນຂ່າວ ແລະ ອັບເດດຂ່າວສານລົງໃນໜ້າເວັບໄຊຂອງພະແນກພ້ອມທັງ ສົ່ງໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອລົງໜັງສືພິມວິທະຍາສາດ ແລະ ການພັດທະນາ ຈໍານວນ 15 ບົດ, ປັບປຸງຍົກລະດັບຂໍ້ມຸນ-ຂ່າວສານໃນໜ້າເວັບໄຊຂອງພະແນກຕົນໃຫ້ມີຄວາມທັນສະໄໝ ຂຶ້ນເລື້ອຍໆ.
ສໍາລັບແຜນການປີ 2019 ຈະສືບຕໍ່ລົງໂຄສະນາເຜີຍແຜ່ກ່ຽວກັບວຽກງານຊັບສິນທາງປັນຍາໃຫ້ແກ່ບັນດາພະແນກການອ້ອມຂ້າງແຂວງ, ຫ້ອງການ ທຽບເທົ່າ, ອົງການຈັດຕັ້ງລັດ, ສອງກໍາລັງປະກອບອາວຸດ, ຫົວໜ່ວຍທຸລະກິດ ແລະ ປະຊາຊົນໃນທົ່ວແຂວງ, ສືບຕໍ່ຕິດຕາມ, ກວດກາ ແລະ ໃຫ້ບໍລິການດ້ານ ຊັບສິນທາງປັນຍາ (ວຽກສິດທິບັດ ອະນຸທິບັດແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ວຽກລິຂະສິດ ແລະ ສິດທີ່ກ່ຽວຂ້ອງກັບລິຂະສິດ) ໃຫ້ມີຄວາມເຂັ້ມແຂງ; ສືບຕໍ່ລົງຕິດຕາມກວດກາ, ສອບທຽບ ແລະ ອອກໃບຢັ້ງຢືນພາຫະນະວັດແທກ ໝໍ້ແທກນໍ້າປະປາ, ໝໍ້ນັບໄຟຟ້າ ,ນໍ້າໝັກວັດຖຸມີຄ່າ (ຊິງຊັ່ງຄໍາ) ປະຈໍາປີ 2019; ສຶບຕໍ່ຕິຕາມ,ກວດກາ ແລະ ສອບທທຽບບໍລິມາດຫົວຈ່າຍນໍ້າມັນເຊື້ອໄຟ ໃນທົ່ວແຂວງປະຈໍາແຕ່ລະງວດ ແລະ ອອກໃບຢັ້ງຢືນປະຈໍາປີ ເພື່ອເຮັດໃຫ້ການ ບໍລິການນໍາມັນເຊື້ອໄຟຖືກຕ້ອງຕາມລະບຽບ ແລະ ກົດໝາຍທີ່ກໍານົດເຮັດໃຫ້ມີຄວາມຍຸຕິທໍາໃນທົ່ວສັງຄົມ; ສືບຕໍ່ລົງເກັບກໍາຂໍ້ມູນ ແລະ ຕິດຕາມກວດກາ ການພະລິດຕະພັນສິນຄ້າເຄື່ອງໝາຍການຄ້າ ທີ່ນໍາເຂົ້າ-ສົ່ງອອກ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍເປັນຕົ້ນ: ມາດຕະຖານຜະລິດຕະພັນສິນຄ້າຫຸ້ມຫໍ່, ເຄື່ອງໄຟຟ້າເອເລັກໂຕນິກ, ໂຮງງານດີນຈີ່, ໂຮງງານນໍ້າດື່ມ, ດິນບ໋ອກ, ມາດຕະຖານເຄື່ອງວັດສະດຸກໍ່ສ້າງທົ່ວໄປ, ສຶບຕໍ່ຊຸກຍູ້ສົ່ງເສີມສະມາຄົມຜູ້ຜະລິດ ສະຫະກອນປູກໂສມ ເພື່ອສະເໜີຈົດທະບຽນຖິ່ນກໍາເນິດໂສມດາກຈຶງໂດຍປະສານສົມທົບກັບພະແນກການທີ່ກ່ຽຂ້ອງ ແລະ ຫ້ອງການຂັ້ນເມືອງ; ລົງກວດສອບ, ສອບທຽບໝໍ້ນັບໄຟຟ້າ ແລະ ໝໍ້ແທກນໍ້າປະປາ ປະຈໍາປີ 2019 ໃນສາມເມືອງໃຫ້ສໍາເລັດ; ດໍາເນີນການແກ້ໄຂຄໍາສະເໜີ, ຄໍາຮ້ອງທຸກກ່ຽວກັບວຽກງານ ມາດຕະຖານການວັດແທກ ແລະ ອື່ນໆໃຫ້ມີຜົນສໍາເລັດຫຼາຍຂື້ນ.
ໂອກາດດຽວກັນຕໍ່ຜົນງານການຈັດຕັ້ງປະຕິບັດວຽກງານໃນ 1 ປີຜ່ານມາ ສາມາດຕີລາຄາຍ້ອງຍໍໃຫ້ແກ່ພະນັກງານ-ລັດຖະກອນພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ທີ່ມີຜົນງານດີເດັ່ນປະກອບສວນທາງດ້ານເຮື່ອແຮງ ແລະ ສະຕິປັນຍາເຂົ້າໃນການຈັດຕັ້ງປະຕິບັດໜ້າວຽກໃນໄລຍະ 1 ປີ (ປະຈໍາປີ 2018) ຊິ່ງສາມາດຈັດໄດ້IIປະເພດຄື: ຍໍຍ້ອງກົມກອງພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ 1 ໃບ ແລະ ຍ້ອງຍໍບຸກຄົນດີເດັ່ນມີ 16 ຄົນ,ຍິງ 7 ຄົນ ໃຫ້ກຽດຂຶ້ນມອບໃນພິທີດັ່ງກ່າວໂດຍ ທ່ານ ເຫຼັກໄຫຼ ສີວິໄລ ຄະນະປະຈໍາພັກແຂວງ,ຮອງເຈົ້າແຂວງ-ແຂວງເຊກອງ, ຜູ້ຊີ້ນໍາວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ແລະ ໃບຊົມເຊີຍ 2 ຄົນ,ໃຫ້ກຽດຂຶ້ນມອບໃນພິທີດັ່ງກ່າວໂດຍ ທ່ານ ສຸລະພົນ ໝື່ນວິເສດ ເລຂາໜ່ວຍພັກ, ຫົວໜ້າພະແນກ ວິທະຍາສາດ ແລະ ເຕັກໂນໂລຊີແຂວງ. ໃນກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຂອງຫົວໜ້າຫ້ອງການວິທະຍາສາດ ແລະເຕັກໂນໂລຊີເມືອງ 4 ຕົວເມືອງ, ທ່ານເຈົ້າເມືອງ, ຮອງເຈົ້າເມືອງ, ພະແນກການ ແລະ ຫ້ອງການ;
ໃນວາລະສຸດທ້າຍ, ກອງປະຊຸມໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງທ່ານ ເຫຼັກໄຫຼ ສີວິໄລ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ-ແຂວງເຊກອງ, ຜູ້ຊີ້ນໍາວຽກງານວິທະຍາສາດ ແລະ ເຕັກໂນໂລຊີ, ໂດຍທ່ານໄດ້ເນັ້ນໃຫ້ບາງບັນຫາຄື:
- ວຽກງານຊັບສິນທາງປັນຍາເປັນວຽກທີ່ມີຄວາມສໍາຕໍ່ການດໍາລົງຊີວິດ ໃນຂົງເຂດວັດທະນະທໍາ ເພື່ອປົກປ້ອງຄຸ້ມຄອງ ສະເໜີໃຫ້ຜູ້ກ່ຽວມາຈົດທະບຽນລິຂະສິດ ເຊັ່ນ: ບົດເພງ, ບົດຟ້ອນ, ບົດລໍາ, ຜ້າພື້ນເມືອງ ແລະ ອື່ນໆ;
- ວຽກມາດຕະຖານການກໍ່ສ້າງ ໃຫ້ໄດ້ມາດຕະຖານໂດຍສະເພາະ ຄຸນະພາບເຫລັກເສັ້ນ, ຫີນແຮ່, ດິນຊາຍ, ດິນຈີ່ ແລະ ອື່ນໆ
- ວຽກວິທະຍາສາດ ເຕັກໂນໂລຊີ ນະວັດຕະກໍາກ່ຽວກັບການປູກການລ້ຽງໃຫ້ໄດ້ຮັບເຕັກນິກ ເຂົ້າຊ່ວຍ.
- ວຽກເຕັກໂນໂລຊີຂໍ້ມູນຂ່າວສານ ການສົ່ງເອກະສານຜ່ານທາງ ອີເມວ ແລະ ອື່ນໆທີ່ມີສະດວກຂື້ນກ່ວາເກົ່າ.
ໃນນັ້ນຄະນະພັກ-ຄະນະພະແນກ ຕະຫຼອດຮອດພະນັກງານ-ລັດຖະກອນ ສືບຕໍ່ເສີມຂະຫຍາຍຜົນງານດ້ານດີ, ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ເພື່ອແນໃສ່ ພັດທະນາວຽກງານວິທະຍາສາດ ແລະ ເຕັກໂນໂລຊີໃຫ້ມີຄວາມເຂັ້ມແຂງປະກອບສ່ວນຢ່າງແຂງແຮງເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ກໍຄືຂອງແຂວງເຊກອງ
ບົດຂາວ: ລັດສະໝີ ກົມມະສິດ
ຮູບພາບ: ບຸດດີພົມພິທັກ