ພວຕ ແຂວງເຊກອງ ປະກາດການຈັດຕັ້ງ
ຕອນເຊົ້າວັນທີ 4 ທັນວາ 2020 ຜ່ານມານີ້, ທີ່ຫ້ອງປະຊຸມ ພະແນກ ວິທະຍາສາດ ແລະ ເຕັກໂນ ໂລຊີແຂວງ ໄດ້ຈັດພິທີປະກາດການແຕ່ງຕັ້ງຮອງຫົວ ໜ້າຫ້ອງການບໍລິຫານ,ຈັດຕັ້ງ,ແຜນການ ແລະກວດ ກາທີ່ຂຶ້ນກັບພະ
ແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສຸລະພົນ ໝື່ນວິເສດ ເລຂາ ໜ່ວຍພັກ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງມີບັນດາທ່ານຕາງໜ້າຈາກ ຄະນະຈັດຕັ້ງ ແຂວງ, ກວດກາພັກ-ລັດແຂວງ, ພະແນກພາຍໃນແຂວງ ແລະ ພະນັກງານລັດຖະກອນພາຍໃນພະແນກເຂົ້າ ຮ່ວມເປັນສັກຄີ່ພິຍານຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ ທ່ານ ນາງ ກອງມະນີ ສຸວັນນະສານ ຫົວໜ້າຂະແໜງຄຸ້ມຄອງພະນັກງານ, ຄະນະຈັດຕັ້ງ ແຂວງໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆເຊກອງສະບັບເລກທີ 74/ຈຂ.ຊກ,ລົງວັນທີ 12 ພະຈິກ 2020ວ່າດ້ວຍແຕ່ງຕັ້ງ ທ່ານ ນາງ ຫຼັກປະເສີດ ດາວເຮືອງ ເປັນຮອງຫົວໜ້າຫ້ອງການບໍລິຫານ, ຈັດຕັ້ງ,ແຜນການ ແລະ ກວດກາ ຂອງພະແນກວິທະຍາສາດແລະ ເຕັກໂນໂລຊີແຂວງ ພາຍຫຼັງທີ່ຜູ້ກ່ຽວໄດ້ສຳເລັດການໄປສຶກສາຍົກລະດັບທາງດ້ານທິດສະດີການເມືອງ ແລະການປົກຄອງ ລະບົບຂັ້ນກາງ ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງ ທັງນີ້ກໍ່ເພື່ອບັນຈຸສັບຊ້ອນແນໃສ່ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານກໍ່ຄືຫົວໜ້າຫ້ອງການບໍລິຫານຈັດຕັ້ງ ,ແຜນການ ແລະ ກວດກາສັງກັດໃຫ້ມີຄວາມເຂັ້ມແຂງໃນດ້ານບຸກຄະລາກອນທີ່ກຳນົດໄວ້ ພ້ອມທັງເຫັນດີເປັນເອກະພາບຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ແນໃສ່ປະຕິບັດໜ້າທີ່ວຽກງານປະກອບສ່ວນຮັບໃຊ້ແນວທາງນະໂຍບາຍຂອງພັກ - ລັດໃນຕໍ່ໜ້າໃຫ້ມີປະສິດ ທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ.
ໃນຕອນທ້າຍພິທີຍັງໄດ້ຮັບຟັງການໂອ້ລົມຂອງທ່ານສຸລະພົນ ໝື່ນວິເສດ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງເຊກອງຊຶ່ງສະຫາຍ ໄດ້ເນັ້ນໜັກໃຫ້ຮອງຫົວໜ້າຫ້ອງການບໍລິຫານຈັດຕັ້ງ,ແຜນການ ແລະ ກວດກາສັງກັດເອົາໃຈໃສ່ຕໍ່ໜ້າທີ່ວຽກງານຕ້ອງໄດ້ບຸກບືນສູ້ຊົນຄົ້ນຄວ້າ,ຜັນຂະຫຍາຍແນວທາງ ນະໂຍບາຍ, ມະຕິຄໍາສັ່ງ, ນິຕິກໍາຕ່າງໆຂອງຂັ້ນເທິງວາງອອກໃຫ້ກາຍມາເປັນແຜນການ,ແຜນງານ,ໂຄງການອັນລະອຽດຂອງຕົນແລະສອດຄ່ອງກັບສະພາບຄວາມເປັນ ຈິງເພື່ອນໍາພາຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດໃນການຈັດຕັ້ງ ປະຕິບັດເຂົ້າສູ່ວຽກງານຕົວຈິງ.
ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີຂະແໜງການທີ່ກ່ຽວຂ້ອງ, ຄະນະພັກ, ຄະນະພະແນກ, ຫົວໜ້າ ແລະ ຮອງຫົວ ໜ້າຫ້ອງການ, ຫົວໜ້າ ແລະ ຮອງຫົວໜ້າ ຂະແໜງພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນພະແນກ ເຂົ້າຮ່ວມທັງໝົດ 17ທ່ານ,ຍິງ 08 ທ່ານ.
ບົດຂ່າວ ແລະ ຮູບພາບ: ນ ລັດສະໝີ ກົມມະສິດ