ພວຕ ແຂວງເຊກອງຮ່ວມກອງປະຊຸມສຳມະ ນາທາງໄກກ່ຽວກັບການຫັນ ເປັນດີຈີຕ໋ອນຢູ່ ສປປ ລາວ
ຕອນເຊົ້າຂອງວັນທີ 19 ພະຈິກ 20202 ຜ່ານມານີ້ ຄະນະນຳພ້ອມດ້ວຍພະນັກງານວິຊາການ ຂອງພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງ ເຊກອງໄດ້ເຂົ້າ ຮ່ວມກອງປະຊຸມສຳມະນາທາງໄກ ກ່ຽວກັບການຫັນ ເປັນດີຈີຕ໋ອນຢູ່ ສປປ ລາວ
ພາຍໃຕ້ຫົວຂໍ້: ນຳໃຊ້ເຕັກໂນໂລຊີດີຈີຕ໋ອນ ໃນການເຮັດທຸລະກຳທາງເອເລັກໂຕຣນິກໃຫ້ມີຄວາມຖືກຕ້ອງ ແລະປອດໄພສູງໃນຍຸກ 4.0 ເຊິ່ງຈັດຂຶ້ນໂດຍ ກົມເຕັກໂນໂລຊີດີຈີຕ໋ອນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຢູ່ທີ່ຫ້ອງປະຊຸມໃຫຍ່ ສະຖາບັນຄຸ້ມຄອງວິທະຍາສາດ ແລະເຕັກໂນໂລຊີ, ພາຍໃຕ້ການເປັນ ປະທານຂອງ ທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເຕັກໂນໂລຊີດີຈີຕ໋ອນ.
ຈຸດປະສົ່ງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຍົກໃຫ້ເຫັນບົດບາດ ແລະຄວາມສຳຄັນຂອງວຽກງານ ເຕັກໂນໂລຊີດີຈີຕ໋ອນ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນຍຸກ 4.0 ໂດຍໃນ ທີ່ປະຊຸມສຳມະນາຄັ້ງນີ້ ຄະນະຮັບຜິດຊອບຈັດກອງປະຊຸມກໍ່ໄດ້ຍົກຫຼາຍຫົວຂໍ້ຂຶ້ນມາສົນທະນາເປັນຕົ້ນ: ທິດທາງຂອງການພັດທະນາ ແລະນຳໃຊ້ເຕັກໂນໂລຊີ ດີຈີຕ໋ອນ ຂອງສາກົນ ແລະສປປ ລາວ, ຄວາມສຳຄັນຂອງການເຮັດທຸລະກຳທາງເອເລັກໂຕຣນິກຢ່າງຖືກຕ້ອງ ແລະປອດໄພໃນຍຸກ 4.0, ຄວາມປອດໄພ ທາງໂລກໄຊເບີ, ການຄຸ້ມຄອງເຕັກໂນໂລຊີດີຈີຕ໋ອນ ໃນ ສປປ ລາວ, ການຄ້າທາງເອເລັກໂຕຣນິກ ແລະອື່ນໆ. ເຂົ້າຮ່ວມປະຊຸມສຳມະນາໃນຄັ້ງນີ້ນຳພາໂດຍ ທ່ານ ລຳພັນ ແກ້ວມະຫາໄຊ ຮອງຫົວໜ້າພະແນກວິທະຍາສາດ ແລະເຕັກໂນໂລຊີ ພ້ອມດ້ວພະນັກງານວິຊາການຂອງຂະແໜງ ເຕັກໂນໂລຊີດີຈີຕ໋ອນ ແລະຄອມ ພີວເຕີເອເລັກໂຕຼນິກລວມທັງໝົດມີ 3ທ່ານ, ຍິງ 1 ທ່ານ, ກອງປະຊຸມໄດ້ດຳເນີນເປັນເວລາ 1 ຄາບ ແລະປິດລົງໃນເວລາ 12:00 ໂມງຂອງວັນດຽວກັນ.
ບົດຂ່າວ: ລັດສະໝີ ກົມມະສິດ
ຮູບພາບ: ມະນີໄຊ ເທບໄກສອນ