ກອງປະຊຸມປຶກສາຫາລືການນຳໃຊ້ວິທະຍາສາດ ແລະເຕັກໂນໂລຊີ ທີ່ທັນສະໄໝເພື່ອສົ່ງເສີມ ແລະພັດທະນາເສດຖະກິດ-ສັງຄົມແຂວງ ແຕ່ປີ 2021-2025
ໃນຕອນເຊົ້າຂອງວັນທີ 30 ເດືອນຕຸລາ ປີ 2020 ຜ່ານມານີ້, ກອງປະຊຸມປຶກສາຫາລືໃນຄະນະກຳ ມະການຮັບຜິດຊອບກ່ຽວກັບ ການຮ່ວມມືດ້ານ ການຄົ້ນຄວ້ານຳໃຊ້ວິທະຍາສາດ ແລະເຕັກໂນໂລຊີ ທີ່ທັນສະໄໝເພື່ອສົ່ງເສີມ ແລະພັດທະນາເສດຖະ ກິດ-ສັງຄົມ ຂອງແຂວງເຊກອງ
ແຕ່ປີ 2021-2025 ໄດ້ໄຂ່ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງ-ແຂວງເຊກອງ, ມີບັນດາທ່ານໃນຄະນະກຳມະການແລະ ກອງເລຂາຄະນະກຳມະການເຂົ້າຮ່ວມ ທັງໜົດ 22 ທ່ານ, ຍິງ 6 ທ່ານ.
ຈຸດປະສົ່ງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອປຶກສາຫາລື ແລກປ່ຽນຄວາມຄິດຄວາມເຫັນ ແລະຄົ້ນຄວ້າພິຈາລະ ນາດ້ານທ່າແຮງ ທີ່ຈະສົ່ງເສີມໃນການນຳໃຊ້ວິທະຍາສາດ ແລະເຕັກໂນໂລຊີ ເພື່ອພັດທະນາເສດຖະກິດ-ສັງຄົມ ຂອງແຂວງແຕ່ປີ 2021-2025.
ໃນວະລະໂອກາດກອງປະຊຸມດັ່ງກ່າວ ທ່ານ ສຸລະພົນ ໝື່ນວິເສດ ຫົວໜ້າພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງເຊກອງ, ໄດ້ຂຶ້ນຜ່ານເອກະສານ ຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຮັບຜິດຊອບກ່ຽວກັບການຮ່ວມມືດ້ານການຄົ້ນຄວ້ານຳໃຊ້ວິທະຍາສາດ ແລະເຕັກໂນໂລຊີ ທີ່ທັນ ສະໄໝເພື່ອສົ່ງເສີມ ແລະພັດທະນາເສດຖະກິດ-ສັງຄົມແຂວງ, ຜ່ານເນື້ອໃນເອກະສານບົດບັນທຶກວ່າດ້ວຍການຮ່ວມມືດ້ານການຄົ້ນຄວ້ານຳໃຊ້ ວິທະຍາສາດ ແລະເຕັກໂນໂລຊີທີ່ທັນສະໄໝເພືອສົ່ງເສີມ ແລະພັດທະນາເສດຖະກິດ-ສັງຄົມຂອງແຂວງເຊກອງ ລະຫວ່າງ ກະຊວງວິທະຍາສາດ ແລະເຕັກໂນໂລຊີ (ກວຕ) ແລະແຂວງເຊກອງ.
ເຊິ່ງໃນທີ່ປະຊຸມ ປະທານ ໄດ້ມີຄຳເຫັນຊີ້ນຳໃຫ້ບັນດາທ່ານໃນຄະນະກຳມະການ ນຳເອົາເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ໄປຊີ້ນຳໃນຂະແໜງການຕົນ ຄົ້ນຄວ້າ ພິຈາລະນາ, ກະກຽມ ແລະສັງລວມຂໍ້ມູນ ກ່ຽວກັບວຽກທີ່ເປັນບູລິມະສິດ, ກຳນົດເຂດບ້ານ ແລະເມືອງ ທີ່ຕ້ອງການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີເຂົ້າໃນການພັດທະນາແລ້ວສົ່ງມາຍັງກອງເລຂາຄະນະກຳມະການເປັນຜູ້ສັງລວມແລ້ວລາຍງານ ແລະສະໜອງຂໍ້ມູນດັ່ງກ່າວໃຫ້ ກະຊວງວິທະ ຍາສາດ ແລະເຕັກໂນໂລຊີ ໄປສ້າງເປັນບົດສະເໜີໂຄງການຄົ້ນຄວ້າວິທະຍາສາດ ແລະເຕັກໂນໂລຊີ ເພື່ອຍາດແຍ່ງທຶນຮອນທັງພາຍໃນ ແລະຕ່າງປະເທດມາ ຈັດຕັ້ງປະຕິບັດຢູ່ແຂວງເຊອງຂອງພວກເຮົາ ແລະ ກອງປະຊຸມໄດ້ດຳເນີນມາເປັນເວລາເຄິ່ງຄາບ ແລະໄດ້ປິດລົງໃນເວລາ 11: 00 ນາທີຂອງວັນ ດຽວກັນນັ້ນ.
ຂ່າວ ແລະພາບ: ມະນີໄຊ ເທບໄກສອນ